ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຂະບວນການຍ່າງເພື່ອສຸຂະພາບ ແລະ ເສີມຂະຫຍາຍຄວາມສາມັກຄີ
ເປັນປຶກແຜ່ນ ລະຫວ່າງກອງທັບ ກັບ ປະຊາຊົນ


     ໃນວັນທີ 18 ມັງກອນ 2024 ນີ້, ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ແລະ ເສີມຂະຫຍາຍ
ຄວາມສາມັກຄີເປັນປຶກແຜ່ນລະຫວ່າງ ກອງທັບກັບປະຊາຊົນ ກັບ ປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາຄະນະຮັບຜິດຊອບລະດັບຊາດ, ບັນດາການນໍາພັກ-ລັດ,
ພະນັກງານປະຕິວັດອາວຸໂສບໍານານ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

     ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທັງເປັນຄະນະຮັບຜິດຊອບ
ລະດັບຊາດ ໄດ້ກ່າວຕໍ່ພິທີວ່າ: ວັນທີ 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ, ເຊິ່ງເປັນວັນປະຫວັດສາດສໍາຄັນຂອງຊາດ,
ຂອງພັກ, ຂອງກອງທັບ ທີ່ໝູນວຽນມາຄົບຮອບ 75 ປີ, ບົນເສັ້ນທາງ ແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບ
ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມເສຍສະຫຼະນາໆປະການ ຕໍ່ສູ້ເພື່ອປະຊາຊົນ, ຕີເອົາຊະນະສັດຕູທີ່ເຂັ້ມແຂງກວ່າພວກເຮົາບໍ່ຈັກວ່າເທົ່າໃດ,
ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກໍໄດ້ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ ສົມຊື່ວ່າ: “ກອງທັບວີລະຊົນ, ຊາດລາວວິລະຊົນ, ຄົນລາວພິລະອາດຫານ” ດ້ວຍຄວາມເອກອ້າງທະນົງໃຈຕໍ່ມູນ
ເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ. ຕະຫຼອດໄລຍະ 75 ປີຜ່ານມາກອງທັບ ໄດ້ເຮັດສໍາ
ເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າ
ເລີດ ປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວ ເຊິ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ
ແລະ ລັດ ວ່າ: "ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນ
ກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ", ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ” ເຊິ່ງ
ເປັນປັດໄຈສໍາຄັນກວ່າໝູ່ຶ ໃນພາລະກິດຕໍ່ສູ້ຂອງກອງທັບເຮົາ ໂດຍອີງໃສ່ປະຊາຊົນເປັນກໍາລັງຊ່ວຍໜູນຢ່າງໜັກແໜ້ນເພື່ອຕໍ່ສູ້ປົກປ້ອງປະເທດ
ຊາດ ກໍຄື ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ. ໃນຂະບວນການອັນມີຄວາມໝາຍສໍາຄັນນີ້, ສະຫາຍ ປະທານປະເທດ ພ້ອມດ້ວຍພັນ
ລະຍາ ໄດ້ໃຫ້ກຽດຕາງໜ້າປະຊາຊົນລາວບັນດາເຜົ່າ ຂຶ້ນຕັດແຖບຜ້າ ຈາກນັ້ນ, ຂະບວນການກໍໄດ້ເລີ່ມຕົ້ນດ້ວຍການຍ່າງ ໄປພ້ອມກັບການຮັບ
ຊົມການສະແດງຝຸງເຄື່ອງບິນ ຈາກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ທີ່ເຂົ້າຮ່ວມບິນສະແດງໃນງານ ຢ່າງສະຫງ່າອົງ
ອາດ ແລະ ງົດງາມ.

ແຫຼ່ງຂ່າວໂດຍ ຄໍາສະຫວັດ
ວັນທີ 19/01/2024